ລະບົບໂປຼແກຼມ ERP ອອນລາຍ ທັນສະໄໝ YOUMART

ຜູ້ບໍລິຫານຍຸກໃໝ່ ເປັນຄົນທັນສະໄໝ ຄູ້ມຄອງ ແລະ ບໍລິຫານທຸລະກິດ ດ້ວຍໂທລະສັບມືຖື Smart Phone.

Home | YouMart

ຄວາມສາມາດຂອງລະບົບພວກເຮົາ

ຊ່ວຍໃຫ້ທ່ານ ສາມາດຄູ້ມຄອງ ແລະ ບໍລິຫານ ທຸລະກິດ ຂອງທ່ານໄດ້ຜ່ານມືຖື ໃນຮູບແບບອອນລາຍ ລາຄາປະຫຍັດ ມີທັງຮູບແບບຈ່າຍລາຍປີ ຕາມແພັກເກັດ ທີ່ພວກເຮົາຕັ້ງໄວ້ ແລະ ມີທັງຮູບຈ່າຍຄັ້ງດຽວ ແຕ່ບໍ່ມີຄ່າລາຍປີ ແຕ່ກໍ່ສາມາດຄູ້ມຄອງ ແລະ ບໍລິຫານ ທຸລະກິດແບບອອນລາຍ ຜ່ານໂທລະສັບມືຖືຂອງທ່ານ!

ບໍລິຫານໄດ້ທຸກທີ່ທຸກເວລາ

ທ່ານສາມາດບໍລິຫານທຸລະກິດຂອງທ່ານໄດ້ທຸກທີ່ ທຸກເວລາ ຜ່ານໂທລະສັບມືຖື, ໄອໂຟນ, ໄອແພັດ, ຄອມພິວເຕີ ແລະ ອຸປະກອນອື່ນໆ

ບໍ່ຈຳເປັນຕ້ອງຕິດຕັ້ງ

ບໍ່ຫຍຸ້ງຍາກ ຂໍພຽງທ່ານມີອີນເຕີເນັດ ບໍ່ຈຳເປັນຕ້ອງຕິດຕັ້ງ, ລະບົບເຮົາໃຊ້ງານຜ່ານເວັບບຼາວເຊີ ເຊັ່ນ: Google Chrome, Microsoft Egde....

ຫຼາຍສາຂາ ຫຼື ຫຼາຍທຸລະກິດ

ທ່ານສາມາດຄູ້ມຄອງ ແລະ ຕິດຕາມທຸລະກິດໄດ້ຫຼາຍສາຂາ ຫຼື ຫຼາຍສາງສິນຄ້າ ຫຼື ຫຼາຍທຸລະກິດ ໃນລະບົບດຽວ, ສາມາດເບິ່ງລວມ ຫຼື ເບິ່ງສະເພາະໄດ້ຕາມຕ້ອງການ.

ແບ່ງສິດນຳໃຊ້ລະອຽດ

ທ່ານສາມາດບໍລິຫານພະນັກງານໄດ້ຢ່າງລະອຽດ ຕາມສິດນຳໃຊ້ ທີ່ຕົນເອງຕ້ອງການ ເຮັດໃຫ້ວຽກງານລະອຽດ ຕາມພະແນກການໃຜລາວ.

ບໍລິຫານສາງສິນຄ້າໄດ້ລະອຽດ

ທ່ານສາມາດບໍລິຫານສາງສິນຄ້າໄດ້ຢ່າງລະອຽດຕາມແຕ່ລະສາງ, ສິນຄ້າໝົດອາຍຸ, ການສັ່ງຊື້ຜ່ານມາ, ເຄື່ອນຍ້າຍສິນຄ້າ ແລະ ອື່ນໆ

ບຸກຄະລາກອນ

ຄູ້ມຄອງພະນັກງານ, ບຸກຄະລາກອນ, ຕິດຕາມວັນຂາດການ, ຄິດໄລ່ເງິນເດືອນ, ເງິນຄອມມິດຊັ່ນ ແລະ ເງິນສະຫວັດດີການອື່ນໆ

ໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ

ຕິດຕາມການຂາຍ, ຕິດຕາມລູກຄ້າ, ຜູ້ຈຳໜ່າຍ, ໜີ້ຕ້ອງ, ໜີ້້ຕ້ອງສົ່ງຜູ້ຈຳໜ່າຍ, ກຳນົດຮັບ,​ ກຳນົດສົ່ງ, ແຍກປະເພດລະອຽດລູກຄ້າ, ຜູ້ຈຳໜ່າຍ ແລະ ອື່ນໆ

ການຜະລິດ, ໂຄງການ, ຊັບສົມບັດ

ຄູ້ມຄອງໄດ້ລະອຽດການຜະລິດສິນຄ້າ, ສູດຜະລິດ, ຜົນໄດ້ຮັບ, ຄູ້ມຄອງໂຄງການລະອຽດ, ໜ້າວຽກ, ປະເມີນຜົນ, ຄູ້ມຄອງບຸກຄະລາກອນ, ວັນຂາດການ, ເງິນເດືອນ ແລະ ຄູ້ມຄອງຊັບສົມບັດ.....

ລາຍງານ

ລາຍງານລາຍຮັບ, ລາຍຈ່າຍ, ກຳໄລ, ຂາດທຶນ, ລາຍການຂາຍ, ສາງສິນຄ້າ, ສິນຄ້າຂາຍດີ, ບັນຊີສຳຮອງລູກຄ້າ, ຄະແນນສະສົມ..... ແລະ ອື່ນໆ ຫຼາກຫຼາຍລາຍງານ

ໂມດູນອື່ນໆທີ່ອຳນວຍຄວາມສະດວກ

ນອກຈາກນັ້ນຍັງມີຫຼາກຫຼາຍໂມດູນ ເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ໃຊ້ງານ ເຊັ່ນ: ໂມດູນຕິດຕາມໜ້າວຽກ,​ ບໍລິຫານໂຄງການ, ສ້ອມແປງ, ປຸງແຕ່ຜະລິດ ແລະ ອື່ນໆອີກ

ລະບົບໂປຼແກຼມ ERP YOUMART ເໝາະກ່ຽວກັບ ທຸລະກິດ ປະເພດໃດແນ່?

ລະບົບໂປຼແກຼມ ERP YOUMART ຫຼື ໂປຼແກູມຂາຍ POS ອອນລາຍ www.youmart.la ເຊິ່ງເປັນລະບົບຄູ້ມຄອງ ແລະ ບໍລິຫານ ທຸລະກິດ ທັນສະໄໝ ໃນຮູບແບບອອນລາຍ ສາມາດຄູ້ມຄອງ ແລະ ບໍລິຫານ ທຸລະກິດ ຜ່ານໂທລະສັບມືຖື, ໄອໂຟນ, ໄອແພັດ, ເທບເລັດ​, ຄອມພິວເຕີ.... ເຊິ່ງເໝາະກັບທຸກທຸລະກິດ ທີ່ເປັນທຸລະກິດຂາຍ, ທຸລະກິດຫຼາຍສາຂາ, ທຸລະກິດຫຼາຍຈຸດບໍລິການ ຫຼື ຫຼາຍສາງສິນຄ້າ. ເໝາະສຳລັບຫົວໜ່ວຍທຸລະກິດການຂາຍ ເຊັ່ນ: Super Market, Minimart, ທຸລະກິດຂາຍສົ່ງ, ຂາຍຍ່ອຍ, ຂາຍໂທລະສັບ, ຄອມພິວເຕີ, ອຸປະກອນໄອທີ, ເຄື່ອງໄຊ້ໄຟຟ້າ, ເຄື່ອງອາໄຫຼ່ລົດ, ເສື້ອຜ້າ, ເຄື່ອງສຳອາງ, ຮ້ານອາຫານ, ໂຮງຈັກ, ໂຮງງານ ທີ່ມີການຜະລິດ, ບໍລິສັດຕ່າງໆ ທີ່ມີການຄູ້ມຄອງໂຄງການ, ຄູ້ມຄອງບຸກຄະລາກອນ, ຕິດຕາມວັນຂາດການ, ເບີກຈ່າຍເງິນເດືອນ, ເງິນຄອມມິດຊັ່ນ, ຄູ້ມຄອງຊັບສົມບັດ, ການບໍລິຫານໜ້າວຽກຕ່າງໆ........ ຫຼື ທຸລະກິດ ທີ່ມີການຄູ້ມຄອງ, ບໍລິຫານ, ຈັດການ, ຕິດຕາມ ແລະ ການຂາຍ ທຸກປະເພດ ເພື່ອຫັນເຂົ້າເປັນທັນສະໄໝຂື້ນເທື່ອລະກ້າວ.

ຊຸບເປີມາເກັດ ແລະ ມີິນິມາກ

ບັນດາທຸລະກິດ, ຫ່າງຮ້ານ Super Market ຫຼື ມິນິມາກ ທີີ່ມີຫຼາຍສາຂາ, ຫຼາຍສາງສະນຄ້າ, ມີລະບົບຈັດການແຍກເປັນແຕ່ລະພະແນກການຢ່າງລະອຽດ ເຮັດໃຫ້ການຄູ້ມຄອງ, ບໍລິຫານ ທຸລະກິດໄດ້ງ່າຍ ແລະ ທັນສະໄໝ....

ຂາຍສົ່ງ ແລະ ຂາຍຍ່ອຍ

ທຸລະກິດຂາຍທີ່ຂາຍສົ່ງ ແລະ ຂາຍຍ່ອຍ ເພາະມີການຕິດຕາມລະອຽດ ທັງລູກຄ້າ ແລະ ຜູ້ຈຳໜ່າຍ ບໍ່ວ່າຈະເປັນລາຄາ, ສາງ, ໜີ້ຕ້ອງຮັບ, ໜີ້ຕ້ອງສົ່ງ....

ຂາຍຢາ, ເຄນິກ ແລະ ເຄື່ອງມືການແພດ

ທຸລະກິດຂາຍຢາ ຫຼື ເຄື່ອງມືການແພດ ຍິ່ງນຳໃຊ້ສະດວກສະບາຍ, ມີຕິດຕາມວັນໝົດອາຍຸ, ໝວດໝູ່ລະອຽດ, ສາມາດເບິ່ງໂນດການເຄື່ອນໄຫວຍ້ອນຫຼັງໄດ້ຢ່າງເມັ້ນຢຳ ແລະ ອື່ນໆ...

ຮ້ານຂາຍເຫຼົ້າ, ວາຍ ຫຼື ເຄື່ອງດື່ມແອັງກໍຮໍ

ຕິດຕາມໄດ້ລະອຽດລາຍການສິນຄ້າ, ປະເພດສິນຄ້າ, ໝວດໝູ່, ລ໋ອດສິນຄ້າ, ຊັ້ນວາງ ແລະ ອື່ນໆ....

ໂທລະສັບ ແລະ ອຸປະກອນໄອທີ

ບໍ່ວ່າຈະເປັນຕິດຕາມເລກໄອມີ IMEI, ເລກ Series Number, ສິນຄ້າບໍລິການ, ສີສັນ, ຂະໜາດ, ປະເພດລາຄາ ແລະ ອື່ນໆ....

ຂາຍລົດ, ເຄື່ອງສຳອາງ, ເສື້ອຝາ ແລະ ອື່ນໆ

ສາມາດນຳໃຊ້ຂາຍລົດໃຫຍ່, ລົດຈັກ, ລົດໄຟຟ້າ ເພາະຕິດຕາມເລກຈັກ, ເລກຖັງໄດ້, ເຄື່ອງສຳອາງ, ວັນເວລາໝົດອາຍຸ, ໝວດໝູ່, ຂະໜາດ.....

ສະຖິຕິການເຄື່ອນໄຫວ

ມີຫຼາກຫຼາຍຫົວໜ່ວຍທຸລະກິດ ທັງນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ທີ່ໃຊ້ບໍລິການ ຂອງພວກເຮົາ

ລູກຄ້າພວກເຮົາ

ທີ່ກຳລັງໃຊ້ລະບົບຂອງພວກເຮົາ

ລົງທະບຽນຕອນນີ້ເລີຍ

ເພື່ອເປັນເຄື່ອງມືຊ່ວຍໃນການບໍລິຫານທຸລະກິດຂອງທ່ານ ໃຫ້ເປັນທັນສະໄໝ ເທື່ອລະກ້າວ!

ຄຳຖາມທີ່ມັກພົບຫຼາຍໃນຍຸກປະຈຸບັນ

ເປັນຫຍັງຈິ່ງຕ້ອງນຳໃຊ້ລະບົບຂາຍແບບອອນລາຍ ນຳໃຊ້ຜ່ານລະບົບ Cluod?

ລະບົບໂປຼແກຼມທີ່ນຳໃຊ້ອອນລາຍ ໃນຍຸກໃໝ່ 5G ແລ້ວ ແລະ ບາງປະເທດກໍ່ກຽມໄປ 6G ແລ້ວຄື ສປ ຈີນ ແລະ ເຄື່ອງມືໂທລະສັບ ກໍ່ທັນສະໄໝແລ້ວ ເຮັດໃຫ້ເຮົາບໍລິຫານ ທຸລະກິດໄດ້ງ່າຍຂຶ້ນ, ສາມາດຄູ້ມຄອງ, ບໍລິຫານທູລະກິດ ຜ່ານໂທລະສັບມືຖືວ່ອງໄວ ແລະ ທັນສະໄໝໄດ້ທຸກທີ່ທຸກເວລາ.

ເປັນຫຍັງຕ້ອງມີຄ່າໃຊ້ຈ່າຍປະຈຳເດືອນ ຄືບໍ່ເຮັດແບບຈ່າຍເທື່ອດຽວລະແລ້ວເລີຍ?

ການນຳໃຊ້ລະບົບແບບອອນລາຍ ກໍ່ຄືພວກທ່ານຊື້ດາຕາແພັກເກັດອີນເຕີເນັດຫັ້ນລະ ຖ້າບໍ່ຈ່າຍລາຍປີ ຫຼື ບໍ່ຊື້ເຕີມດາຕ່າ ກໍ່ບໍ່ສາມາດໃຊ້ອີນເຕີເນັດໄດ້ ແລະ ທາງຜູ້ໃຫ້ບໍລິການ ກໍ່ຕ້ອງໄດ້ຈ່າຍຄ່າບໍລິການລາຍປີ ໃຫ້ Cloud Server ເປັນມູນຄ່າສູງຄືກັນ! ພຽງແຕ່ເສດເງິນຂອງພວກທ່ານທ້ອນຈາກລາຍຈ່າຍ ທີ່ບໍ່ຈຳເປັນມາໝູນໃຊ້ກໍ່ພຽງພໍແລ້ວຕໍ່ເດືອນ.

ຖ້າໃຊ້ລະບົບອອນລາຍແບບນີ້ແລ້ວ ເລື່ອງລະບົບຂໍ້ມູນຂອງລູກຄ້າເດ ຈະປອດໄພ ຫຼື ບໍ?

ພວກເຮົານຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ແລະ ນຳໃຊ້ເຊີເວີ ທີ່ມີຄວາມປອດໄພສູງ ແລະ ເປັນທີ່ນິຍົມກັນໃນລະດັບໂລກ ຈິ່ງເຮັດໃຫ້ຂໍ້ມູນຂອງລູກຄ້າປອດໄພ.

ລະບົບຂາຍ POS ຂອງພວກທ່ານມີທົດລອງໃຊ້ງານຟຼີບໍ?

ເຈົ້າແມ່ນແລ້ວ ລະບົບຂອງພວກເຮົາ ມີໃຫ້ທົດລອງນຳໃຊ້ຟຼີ ຊ່ວງໄລຍະເວລາໃດໜຶ່ງ, ລູກຄ້າເຫັນວ່າເໝາະສົມກັບທຸລະກິດທ່ານ ຈິ່ງທຳການຊຳລະ ນຳໃຊ້ຕໍ່ຕາມແພັກເກັດທີ່ເຮົາມີ.

ການແນະນຳ, ສອນວິທີການນຳໃຊ້ ຫຼື ບໍລິການຫຼັງການຂາຍ ເປັນແນວໃດ?

ຜະລິດຕະພັນ Youmart.la ຂອງພວກເຮົາ ເປັນຜະລິດຕະພັນໜຶ່ງ ຂອງ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດ ທີ່ໃຫ້ບໍລິການ ກ່ຽວກັບ ໄອທີຄົບວົງຈອນ, ມີພະນັກງານ ແລະ ລະບົບ ພ້ອມໃຫ້ບໍລິການພວກທ່ານຢ່າງວ່ອງໄວ ທັນໃຈ ແລະ ໝັ້ນໃຈໄດ້! ພວກເຮົາມີສະໂລແກນທີ່ວ່າ: "ທັນຍຸກ ທັນສະໄໝ ບໍລິການດ້ວຍໃຈ ວ່ອງໄວ ໃສ່ໃຈຄຸນນະພາບ ມາດຕະຖານສາກົນ"

ໃນກໍລະນີສະຖານທີ່ ບໍ່ມີອີນເຕີເນັດໃຊ້ງານເດ? ຫຼື ເວລາເນັດຫຼຸດ ຈະເຮັດແນວໃດ?

ເປັນຄຳຖາມທີ່ດີເລີຍ ລະບົບພວກເຮົານຳໃຊ້ຜ່ານ Cloud ບໍ່ມີເນັດ ແມ່ນບໍ່ສາມາດໃຊ້ງານໄດ້! ແຕ່ບ້ານເຮົາຍາມນີ້ກໍ່ທັນສະໄໝແລ້ວ ບໍ່ໄດ້ເຄືອຂ່າຍໜຶ່ງ ກໍ່ນຳໃຊ້ເຄືອຂ່າຍໜຶ່ງເຈົ້າ!!!


©  2024  YouMart.  All Rights Reserved.